ເພີ່ມສິນຄ້າໃໝ່
ຂັ້ນຕອນພື້ນຖານ
- ໄປທີ່ ສິນຄ້າ → ກົດປຸ່ມ + ເພີ່ມສິນຄ້າ
- ກອກຂໍ້ມູນສິນຄ້າ:
- ຊື່ສິນຄ້າ (ຈຳເປັນ)
- ລາຄາ (ຈຳເປັນ)
- ໝວດໝູ່ — ເລືອກໝວດໝູ່ທີ່ສ້າງໄວ້
- ຮູບພາບ — ອັບໂຫລດຮູບສິນຄ້າ
- ກົດ ບັນທຶກ
ເພີ່ມ Variant (ຕົວເລືອກສິນຄ້າ)
ໃຊ້ສຳລັບສິນຄ້າທີ່ມີຫລາຍຂະໜາດ ເຊັ່ນ S / M / L ຫຼື ຫລາຍສີ
- ໃນໜ້າສ້າງສິນຄ້າ ກົດ + ເພີ່ມ Variant
- ກອກຊື່ variant ແລະ ລາຄາ
- ເພີ່ມ variant ໄດ້ຫລາຍລາຍການ
ເພີ່ມ Modifier (ສ່ວນເສີມ)
ໃຊ້ສຳລັບຕົວເລືອກເພີ່ມເຕີມ ເຊັ່ນ ຄວາມຫວານ, ນ້ຳກ້ອນ, ທັອບປິ້ງ
- ກົດ + ເພີ່ມກຸ່ມ Modifier
- ຕັ້ງຊື່ກຸ່ມ ເຊັ່ນ “ຄວາມຫວານ”
- ເພີ່ມຕົວເລືອກ ເຊັ່ນ ຫວານໜ້ອຍ, ຫວານປົກກະຕິ, ຫວານຫລາຍ
- ກຳນົດ ຈຳນວນສູງສຸດ ທີ່ເລືອກໄດ້